ໂຊກຫລົ່ນທັບ ຮັບ 14 ປີ
  1. ລູກຄ້າຜູ້ທີ່ມີສິດເຂົ້າຮ່ວມໂປຣໂມຊັ່ນ ສາມາດເຮັດການຊື້ຂາຍ ເພື່ອຮັບສິດລຸ້ນລາງວັນ ຈຳນວນ 10 ລາງວັນ ດັ່ງນີ້:
    1. 1.1.
      Apple iPad 11 (2025) A16 Wi-Fi 128GB (1 ລາງວັນ)
    2. 1.2.
      SAMSUNG Galaxy A16 128GB (1 ລາງວັນ)
    3. 1.3.
      SAMSUNG WATCH4 Classic BLACK (1 ລາງວັນ)
    4. 1.4.
      AirPods 4 (1 ລາງວັນ)
    5. 1.5.
      JBL WIND 3 BLACK MINI SPEAKER (1 ລາງວັນ)
    6. 1.6.
      HAVIT i62 WIRELESS BLUETOOTH HEADPHONES (5 ລາງວັນ)
  2. ໄລຍະເວລາໂປຣໂມຊັນ ເລີ່ມແຕ່ວັນທີ 15 ກໍລະກົດ 2025 ເວລາ 00:00 ຫາ 15 ສິງຫາ 2025 ເວລາ 23:59 ໂມງ (ຕາມເວລາປະເທດລາວ)
  3. ໂປຣໂມຊັນນີ້ບໍ່ຈຳເປັນຕ້ອງລົງທະບຽນເພື່ອເຂົ້າຮ່ວມ ສໍາລັບທຸກໆເງິນຝາກ 200 USD (ເງິນຝາກໃຫມ່ເທົ່ານັ້ນ) ແລະ ຊື້ຂາຍ 1 Lot ມາດຕະຖານ ລູກຄ້າຈະໄດ້ຮັບ 1 ສິດ ເພື່ອລຸ້ນຮັບຂອງລາງວັນ *ນັບຈໍານວນສິດທັງໝົດຈາກທຸກບັນຊີຊື້ຂາຍ ພາຍໃຕ້ຊື່ດຽວກັນຕາມບັດປະຈໍາຕົວ
  4. ຈຳກັດສິດໃນການລຸ້ນຮັບລາງວັນ 50 ສິດ ຕໍ່ຫນຶ່ງທ່ານ ແຕ່ບໍ່ຈຳກັດຈຳນວນຂອງລາງວັນທີ່ໄດ້ຮັບຕະຫຼອດຊ່ວງໂປຣໂມຊັນ
  5. ຖ້າຫາກໄດ້ຮັບລາງວັນລາຍການໃດລາຍການໜຶ່ງເເລ້ວ ສິດຂອງຜູ້ໄດ້ຮັບລາງວັນຈະຫລຸດລົງ 1 ສິດອັດຕະໂນມັດ
  6. ໂປຣໂມຊັນນີ້ແມ່ນສຳລັບລູກຄ້າໃໝ່ ແລະ ລູກຄ້າປະຈຸບັນທີ່ອາໄສຢູ່ໃນປະເທດລາວ ປະເພດບັນຊີ Cent, Standard, Union ແລະ ECN ຫຼືບັນຊີການຊື້ຂາຍພາຍໃຕ້ຊື່ດຽວກັນໃນລະຫວ່າງໄລຍະເວລາໂປຣໂມຊັນ ສ່ວນບັນຊີ PAMM ຈະບໍ່ມີສິດເຂົ້າຮ່ວມໃນໂປຣໂມຊັນນີ້
  7. ປະເພດບັນຊີ Cent ຈະຖືກນັບຂະໜາດການຊື້ຂາຍ 100 Cent Lots = 1 Standard Lot
  8. ຜະລິດຕະພັນທີ່ຮ່ວມໂປຣໂມຊັ່ນປະກອບດ້ວຍ Forex, ທອງຄໍາ, ເງິນ ແລະ ພະລັງງານ
  9. ບໍ່ມີເງື່ອນໄຂໄລຍະການຖືຄໍາສັ່ງ
  10. ໂປຣໂມຊັນນີ້ສາມາດໃຊ້ຮ່ວມກັບໂປຣໂມຊັນອຶ່ນໆຂອງ FISG (ຕົວຢ່າງ: Point Mall)
  11. ລາງວັນບໍ່ສາມາດແລກປ່ຽນເປັນເງິນສົດໄດ້
  12. ໃນກໍລະນີທີ່ຂອງລາງວັນທີ່ລະບຸໄວ້ທັງໝົດ, ບໍລິສັດສະຫງວນສິດໃນການປ່ຽນແປງຂອງລາງວັນໃຫ້ກັບຜູ້ໂຊກດີ ເປັນສິນຄ້າທີ່ມີລາງວັນໃກ້ຄຽງ ແລະ ມີມູນຄ່າທຽບເທົ່າຂອງລາງວັນທີ່ລະບຸໄວ້
  13. ຈັບສະຫຼາກລາງວັນຜ່ານທາງ Facebook Fanpage: First InterStellar Group - Laos ໃນວັນພຸດ 20 ສິງຫາ 2025 ເວລາ 15:00 ໂມງ (ຕາມເວລາປະເທດລາວ)
  14. ຜູ້ໂຊກດີສາມາດຢືນຢັນສິດຜ່ານຊ່ອງທາງ Inbox Facebook Fanpage: First InterStellar Group - Laos ພາຍໃນ 5 ວັນຕາມປະຕິທິນຫຼັງຈາກມື້ປະກາດຜົນ (ແຈ້ງຊື່-ນາມສະກຸນ, ທີ່ຢູ່, ເບີໂທລະສັບ ແລະ ໝາຍເລກບັນຊີເທຣດ ເພື່ອການຈັດສົ່ງ ເເລະ ຮັບຂອງລາງວັນ) ຜູ້ໂຊກດີຈະຖືກຕັດສິດຈາກການໄດ້ຮັບລາງໂດຍອັດຕະໂນມັດ ຫາກເວລາດັ່ງກ່າວຫມົດລົງ
  15. ການຈັດສົ່ງຂອງລາງວັນຜ່ານຜູ້ໃຫ້ບໍລິການຂົນສົ່ງ ຫຼັງຈາກຢືນຢັນສິດພາຍໃນ 15 ມື້ເຮັດວຽກ ຢ່າງໃດກໍຕາມ FISG ຈະບໍ່ຮັບຜິດຊອບຕໍ່ລາຍການທີ່ສູນເສຍ ຊັກຊ້າ ບໍ່ຄົບຖ້ວນ ບໍ່ຖືກຕ້ອງ ຫຼືສົ່ງຜິດ
  16. ພວກເຮົາສະຫງວນສິດທີ່ຈະຖ່າຍຮູບ ແລະວິດີໂອເພື່ອຢືນຢັນການໄດ້ຮັບລາງວັນ ແລະ ນໍາໃຊ້ຮູບພາບ ແລະວິດີໂອໃນຊ່ອງທາງຕ່າງໆຂອງພວກເຮົາ ເພື່ອຈຸດປະສົງທາງການຕະຫຼາດ
  17. FISG ສະຫງວນສິດທີ່ຈະຢຸດເຊົາຫຼືປະຕິເສດການມີສ່ວນຮ່ວມຂອງລູກຄ້າໃນການໂຄສະນາ ຖ້າມີການລະເມີດກົດລະບຽບຂອງບໍລິສັດ ຄວາມຜິດປົກກະຕິໃນບັນຊີ ມີພຶດຕິກໍາໃນຮູບເເບບການສໍ້ໂກງ ຫຼືການຊົມໃຊ້ໂປຣໂມຊັ່ນທີ່ບໍ່ເຫມາະສົມເກີນກວ່າທີ່ຄວນ
  18. FISG ສະຫງວນສິດໃນການແກ້ໄຂ ປ່ຽນແປງເງື່ອນໄຂ ວິທີການ ຫຼືລາຍລະອຽດຂອງໂປຣໂມຊັນ ລວມທັງການຍົກເລີກໂປຣໂມຊັນ ໂດຍບໍ່ຕ້ອງແຈ້ງໃຫ້ຮູ້ລ່ວງໜ້າ ໂດຍ ການຕັດສິນໃຈຂອງບໍລິສັດຖືເປັນທີ່ສິ້ນສຸດ ແລະບໍ່ສາມາດຮຽກຮ້ອງຄ່າເສຍຫາຍ ຫຼືຄັດຄ້ານໄດ້ໃນທຸກກໍລະນີ