ປະກັນເງິນທຶນທີ່ InterStellar ມີໄວ້ເພື່ອຫຍັງ?
ພວກເຮົາມີປະກັນໄພເພີ່ມເຕີມເພື່ອຮັບປະກັນຄວາມປອດໄພຂອງກອງທຶນຂອງລູກຄ້າຂອງພວກເຮົາ, ໂດຍຄຸ້ມຄອງສູງສຸດເຖິງ 2,000,000 ເອີໂຣ.
ຄ່າຊົດເຊີຍປະກັນໄພສູງສຸດເຖິງ €2,000,000
ພວກເຮົາມີປະກັນໄພເພີ່ມເຕີມເພື່ອຮັບປະກັນຄວາມປອດໄພຂອງກອງທຶນຂອງລູກຄ້າຂອງພວກເຮົາ, ໂດຍຄຸ້ມຄອງສູງສຸດເຖິງ 2,000,000 ເອີໂຣ.
ລູກຄ້າທັງໝົດຂອງ The First Interstellar Capital Ltd ແລະ First Interstellar Global Ltd ແມ່ນໄດ້ຮັບການຄຸ້ມຄອງຂອງປະກັນໄພນີ້
ປະກັນໄພນີ້ແມ່ນບໍ່ເສຍຄ່າ ບໍ່ມີການເກັບຄ່າບໍລິການໃດໆ

Lloyd’s of London ກໍ່ຕັ້ງຂຶ້ນໃນປີ 1680 ມີປະຫວັດສາດຍາວນານຫຼາຍກວ່າ 300 ປີ ແລະ ເປັນໜຶ່ງໃນຕະຫຼາດປະກັນໄພສະເພາະທາງທີ່ໃຫຍ່ທີ່ສຸດໃນໂລກ ດຳເນີນງານໃນຖານະເປັນຕະຫຼາດກາງທີ່ປະກອບດ້ວຍຫຼາຍໜ່ວຍງານທີ່ຮັບປະກັນໄພຫຼາຍເເຫ່ງ ໂດຍມີສາຂາທຸລະກິດຢູ່ໃນຫຼາຍກວ່າ 50 ປະເທດ ແລະ ຜູ້ເຂົ້າຮ່ວມຕະຫຼາດຫຼາຍກວ່າ 26,000 ຄົນທົ່ວໂລກ Lloyd’s ຮັກສາຊື່ສຽງທີ່ເຂັ້ມແຂງໃນອຸດສາຫະກຳປະກັນໄພລະດັບໂລກມາຢ່າງຍາວນານ
Lloyd’s of London ເປັນທີ່ຮູ້ຈັກກັນດີໃນດ້ານຄວາມຊ່ຽວຊານໃນການຮັບປະກັນຄວາມສ່ຽງທີ່ຊັບຊ້ອນ ແລະ ມີມູນຄ່າສູງ ໄດ້ຮັບການຍອມຮັບຢ່າງກວ້າງຂວາງວ່າເປັນຕະຫຼາດປະກັນໄພຊັ້ນນໍາຂອງໂລກ ເຊິ່ງໄດ້ຮັບຄວາມໄວ້ວາງໃຈໃນດ້ານຄວາມສາມາດ ຄວາມຢືດຢຸ່ນ ແລະ ຄວາມໜ້າເຊື່ອຖືໃນຕະຫຼາດມາຢ່າງຍາວນານ
ທຸລະກຳທີ່ກ່ຽວຂ້ອງກັບປະກັນໄພທີ່ອ້າງອີງເຖິງໃນເເພລດຟອມນີ້ແມ່ນດຳເນີນການຢູ່ພາຍໃນຕະຫຼາດປະກັນໄພຂອງ Lloyd ແລະ ໄດ້ຮັບການອຳນວຍຄວາມສະດວກຜ່ານ MDS Cyprus ເຊິ່ງເປັນ ນາຍໜ້າປະກັນໄພທີ່ໄດ້ຮັບອະນຸຍາດທີ່ເຮັດໜ້າທີ່ໃນຖານະເປັນນາຍໜ້າຂອງ Lloyd. MDS Cyprus ເປັນສ່ວນໜຶ່ງຂອງກຸ່ມ MDS, ເຊີ່ງເປັນກຸ່ມບໍລິສັດນາຍໜ້າປະກັນໄພ ແລະ ຮັບປະກັນໄພຕໍ່ຂ້າມຊາດທີ່ມີປະສົບການໃນອຸດສາຫະກຳຫຼາຍກວ່າສີ່ທົດສະວັດ ແລະ ເປັນສະມາຊິກຂອງ Ardonagh Group ເຊິ່ງເປັນໜຶ່ງໃນເເພລດຟອມການຈັດຈຳໜ່າຍປະກັນໄພອິດສະຫຼະທີ່ໃຫຍ່ທີ່ສຸດໃນໂລກ
ການຄຸ້ມຄອງປະກັນໄພທັງໝົດສະໜອງໂດຍບໍລິສັດປະກັນໄພພາກສ່ວນທີສາມທີ່ໄດ້ຮັບອະນຸຍາດເຊິ່ງດຳເນີນງານພາຍໃນຕະຫຼາດ Lloyd’s ແລະ ຂຶ້ນກັບຂໍ້ກຳນົດ ເງື່ອນໄຂ ຂໍ້ຍົກເວັ້ນ ແລະ ຂໍ້ກຳນົດຄຸນສົມບັດທີ່ກ່ຽວຂ້ອງຂອງນະໂຍບາຍປະກັນໄພ